ປະຫັວດຄວາມເປັນມາ
ເມືອງໄຊ ເປັນເມືອງເອກຂອງແຂວງອຸດົມໄຊ.ໃນເມື່ອກ່ອນເມືອງໄຊເປັນເມືອງໜຶ່ງທີ່ຂື້ນກັບແຂວງຫຼວງພະບາງ ຕົກມາຮອດປີ 1962 ເມືອງໄຊຈຶ່ງແຍກຕົວອອກຈາກແຂວງຫຼວງພະບາງ ແລ້ວສ້າງຕັ້ງເປັນແຂວງອຸດົມໄຊ ແລະ ເມືອງໄຊກໍໄດ້ກາຍເປັນເມືອງເອກຂອງແຂວງອຸດົມໄຊນັບແຕ່ນັ້ນມາຈົນເຖິງປັດຈຸບັນນີ້.ເມືອງໄຊເປັນເມືອງທີ່ໃຫຍ່ທີ່ສຸດຂອງແຂວງອຸດົມໄຊ ແລະ ເປັນເມືອງໃຫຍ່ອັນດັບ 2 ຂອງບັນດາແຂວງພາກເໜືອ(ຮອງຈາກເມືອງຫຼວງພະບາງ) ແລະ ເປັນເມືອງໃຫຍ່ອັນດັບ 6 ຂອງປະເທດ ຮອງຈາກ ນະຄອນຫຼວງວຽງຈັນ,ເມືອງໄກສອນພົມວິຫານ,ເມືອງປາກເຊ,ເມືອງຫຼວງພະບາງ ແລະ ເມືອງທ່າແຂກ.ເມືອງໄຊ ເປັນເມືອງໜຶ່ງຂອງລາວທີ່ມີເສດຖະກິດຂະຫຍາຍຕົວຢ່າງກະໂດດຂັ້ນ ແລະ ມີທ່າຂະຫຍາຍຕົວຂື້ນເລື້ອຍໆເຊິ່ງສາມາດເຫັນໄດ້ຈາກສິ່ງປຸກສ້າງອື່ນໆພາຍໃນເທສະບານເມືອງກໍຄືເທສະບານແຂວງ.ເມືອງໄຊມີປະຊາກອນທັງໝົດປະມານ 75,000 ຄົນ,ໂດຍປະຊາກອນສ່ວນໃຫຍ່ແມ່ນຊາວຂະມຸ , ລາວ , ລື້ , ມົ້ງ...ນອກຈາກນັ້ນຍັງມີຊາວຈີນ ແລະ ຊາວຫວຽດນາມອາໄສຢູ່ຢ່າງຫຼວງຫຼາຍເຊິ່ງເຮົາສາມາດເຫັນໄດ້ຈາກບໍລິສັດ , ຫ້າງຮ້ານ ແລະ ໜັງສື ປ້າຍໂຄສະນາຕ່າງໆ ຈະເຫັນໜັງສື ຈີນ ແລະ ໜັງສືຫວຽດນາມເປັນສ່ວນໃຫຍ່.ເມືອງໄຊ ເປັນເມືອງທີ 2 ຂອງພາກເໜືອ(ຮອງຈາກເມືອງຫຼວງພະບາງ) ແລະ ເປັນເມືອງທີ 6 ຂອງປະເທດຮອງຈາກ ນະຄອນຫຼວງວຽງຈັນ,ສະຫວັນນະເຂດ,ຄຳມ່ວນ,ຈຳປາສັກ ແລະ ຫຼວງພະບາງ ທີ່ໄດ້ຈັດງານມະຫາກຳກິລາແຫ່ງຊາດຂື້ນເປັນຄັ້ງທີ 10 ໃນວັນທີ 13 - 21/12/2014 ທີ່ຜ່ານມາ . ນອກຈາກນັ້ນເມືອງໄຊຍັງເປັນເມືອງໃຈກາງທາງດ້ານການຄົມມະນາຄົມ , ການສຶກສາ , ການເງິນ - ການທະນາຄານ ແລະ ທາງດ້ານເສດຖະກິດຂອງບັນດາ 8 ແຂວງພາກເໜືອ ໂດຍມີທະນາຄານກາງ (ທະນາຄານແຫ່ງ ສ.ປ.ປ.ລາວ) ຕັ້ງຢູ່ໃຈກາງເທດສະບານແຂວງ.ການເດີນທາງມາເມືອງໄຊ ສາມາດມາໄດ້ດ້ວຍ 2 ທາງຄື : ທາງບົກ ແລະ ທາງອາກາດ . ທາງບົກສາມາດເດີນທາງດ້ວຍການນຳໃຊ້ເສັ້ນທາງເລກ 2 E , 2 W ແລະ 13 ເໜືອ.ທາງອາກາດສາມາດເດີນທາງມາໄດ້ດ້ວຍໃຊ້ບໍລິການຂອງ Lao Airline ແລະ Lao Skyway ມາລົງທີ່ສະໜາມບິນຍານອາກາດ ອຸດົມໄຊທີ່ເມືອງໄຊເຊິ່ງບິນເປັນປະຈຳທຸກໆມື້.ການເດີນທາງມາແຂວງອຸດົມໄຊ ສາມາດມາໄດ້ໂດຍມີສະຖານີຂົນສົ່ງ 2 ແຫ່ງໃຫຍ່ໆດັ່ງນີ້ : 1.ສະຖານີຂົນສົ່ງສາຍເໜືອ :
ความคิดเห็น
แสดงความคิดเห็น