ສະຖານທີ່ແຫຼ່ງທ່ອງທ່ຽວ
- รับลิงก์
- X
- อีเมล
- แอปอื่นๆ
1.ຖ້ຳຈອມອອງ

ຖ້ຳຈອມອອງນີ້ ໄດ້ຄົ້ນພົບໃນປີ ຄສ 2005 ແລະ ເປີດບໍລິການປີ ຄສ 2007 ເຊິ່ງຊື່ຖໍ້າຈອມອອງ ແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ ດັ່ງນັ້ນ, ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າ ຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ແຕ່ທາງພະແນກທ່ອງທ່ຽວໄດ້ໂຄສະນາໃຫ້ເອີ້ນຊື່ວ່າ ຖ້ຳຈອມອອງ ຕາມຊື່ຂອງບ້ານ ຈົນເຖິງປັດຈຸບັນນີ້.
ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າ ຈອມອອງ ຍ້ອນວ່າຄຳວ່າ “ ຈອມ ’’ ເປັນພາສາກຶມມຸ ເຊິ່ງແປວ່າ ຕິດຕາມໄປ, ນຳກົ້ນໄປ, ສ່ວນຄຳວ່າ “ ອອງ ” ແປວ່າ ໂຕຕໍ່ດິນ ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ ໄດ້ໄປຄ້ອງຕໍ່ ຫຼື ຫາເອົາຮັງໂຕຕໍ່ ໂດຍໄດ້ເອົາຍວງຝ້າຍນ້ອຍໆອ່ອນໆມັດອາຫານໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງ ແລ້ວປະຊາຊົນກໍນຳໂຕຕໍ່ນັ້ນໄປ ຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດກະສິກຳ ປູກຝັງ ແລະ ລ້ຽງສັດ ຕໍ່ມາຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ແລ້ວຈິ່ງເອີ້ນວ່າ ບ້ານຈອມອອງ ຈົນເຖິງປັດຈຸບັນ.
ຖ້ຳຈອງອອງຕັ້ງຢູ່ບ້ານຈອມອອງ ເມືອງໄຊ ຫ່າງຈາກເທດສະບານ ເມືອງໄຊ 45 ກິໂລແມັດ ໄປທາງແຂວງອຸດົມໄຊ 24 ກິໂລແມັດ ເປັນທາງປູຍາງ ແຍກເຂົ້າເໜືອບ້ານ ນ້ຳບໍຕາໄກ ປະມານ 21 ກິໂລແມັດ ເປັນທາງດີນແດງ ອັດແໜ້ນ ຈາກບ້ານຈອມອອງສາມາດເຂົ້າເຖິງໄດ້ດ້ວຍ 2 ທາງຄື: ຍ່າງລັດແຕ່ບ້ານຜ່ານທົ່ງນາໄປຫາຖໍ້າ 2 ກິໂລແມັດ ແລະ ທາງລົດເຂົ້າຮອດ( ທາງດິນແດງ) ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ 3 ກິໂລແມັດ, ເປັນເສັ້ນທາງລົດສາມາດແລນເຂົ້າເຖິງບໍລິເວນຖ້ຳ ເປັນຖ້ຳໃຫຍ່, ຍາວ ແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍລະບົບນິເວດທຳມະຊາດທີ່ອັດສະຈັນ, ມີຫຼາຍຊ່ອງທາງເຂົ້າ-ອອກພາຍໃນຖ້ຳ ປະມານ 16 ກວ່າກິໂລແມັດ, ຄວາມກວ້າງ ປະມານ 15 – 50 ແມັດແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍ ທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟປະດັບຢ່າງສວຍງາມ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ໄດ້ສຳຫຼວດ 4 ປີ ເປັນຖ້ຳໃໝ່ລະດັບຊາດ ASEAN ແລະ ລະດັບໂລກ ປະຈຸບັນລັດຖະບານແຫ່ງ ສປປ ລາວ ໄດ້ຮັບທຶນຈາກທະນາຄານພັດທະນາອາຊີ ADB ໃຫ້ທືນຊ່ວຍເຫຼືອ ເພື່ອພັດທະນາເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.
2 .ປ່າຫີນ ເມືອງຮຸນ ແຂວງ ອຸດົມໄຊ

ປ່າຫີນ ເປັນລານຫີນກວ້າງຢູ່ໃນເຂດພື້ນທີ່ເມືອງຮຸນ ແຂວງອຸດົມໄຊ ຫຼາຍຄົນທີ່ໄດ້ໄປເຫັນ ເວົ້າເປັນສຽງດຽວກັນວ່າ: ຖ້າຫັນເອົາເຂດນີ້ພັດທະນາໃຫ້ກາຍເປັນເຂດອຸທິຍານປ່າຫີນງາມ ເພື່ອດຶງດູດນັກທ່ອງທ່ຽວ ແລະ ຍົກໃຫ້ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຮຸນ ກໍ່ຄື ແຂວງອຸດົມໄຊ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຈຳນວນບໍ່ໜ້ອຍ.
ລານຫີນທີ່ກວ້າງຂວາງເກີດຈາກການກັດເຊາະເນື້ອດິນ ແລະ ຫີນ ໃນສ່ວນທີ່ຈັບໂຕກັນ ຢ່າງເບົາບາງຫຼຸດອອກໄປ ຫຼາຍເດືອນຫຼາຍປີ ຈຶ່ງເຮັດໃຫ້ເກີດໂຂດຫີນທີ່ມີຮູບຮ່າງລັກສະນະແຕກຕ່າງກັນ ເບິ່ງແລ້ວມີຄວາມງົດງາມ ແລະ ໜ້າອັດສະຈັນ, ໃນປ່າຫີນປະກອບດ້ວຍຕົ້ນໄມ້ທີ່ແຕກຕ່າງກັນໄປ ຕາມສະພາບພື້ນທີ່ ແລະ ລະດັບຄວາມສູງ.
3.ນ້ຳກັດຢໍລະປ່າ
ນ້ຳຕົກຕາດນ້ຳ ກັດເມືອງໄຊຈະເປັນອີກແຫລ່ງທ່ອງທ່ຽວຫນຶ່ງທີ່ຈະໄດ້ຮັບການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວຢ່າງເປັນລະບົບນັບແຕ່ນີ້ຮອດປີ 2015 ເຊິ່ງຈະໄດ້ມີການປັບ ປຸງ ແລະ ກຳນົດບຸລິມະສິດເຂດພື້ນທີ່ອະນຸລັກທັງສ້າງສິ່ງອຳນວຍຄວາມສະດວກບາງສ່ວນໃຫ້ແທດ ເຫມາະໂດຍຈະຮັກສາສິ່ງແວດລ້ອມໃນບໍລິເວນຕາດນ້ຳກັດໄວ້ຄືເກົ່າ. ນ້ຳຕົກຕາດນ້ຳ ກັດເປັນຕາດທີ່ມີຄວາມງົດງາມແຫ່ງຫນຶ່ງຢູ່ໃນແຂວງອຸດົມໄຊຫ່າງຈາກເທດສະບານແຂວງປະມານ 20 ກິໂລແມັດ ຢູ່ເຂດບ້ານກັດ ແລະ ບ້ານແຟນເມືອງໄຊ ນອນຢູ່ໃນເຂດອະນຸລັກຫົວ ນ້ຳກັດ ມີເນື້ອທີ່ 19 ພັນ 700 ເຮັກຕາໃນແຕ່ລະປີຈະມີນັກທ່ອງທ່ຽວເຂົ້າມາຫລາຍກວ່າ 20% ຂອງນັກທ່ອງທ່ຽວທັງຫມົດທີ່ມາທ່ຽວຊົມເມືອງໄຊເນື່ອງຈາກສະຖານທີ່ແຫ່ງນີ້ຍັງມີທຳມະ ຊາດອັນອຸດົມສົມບູນ ແລະ ສວຍງາມກົມກືນກັບນ້ຳຕົກຕາດທີ່ໂອບລ້ອມດ້ວຍທຳມະຊາດປ່າໄມ້ອາຍຸນັບຮ້ອຍປີ.
ຜົນຈາກການທ່ອງທ່ຽວຈິ່ງເຮັດໃຫ້ປະຊາຊົນເຂດບ້ານໃກ້ຄຽງມີລາຍຮັບຈາກການຂາຍ ເຄື່ອງຫັດຖະກຳພື້ນເມືອງຂອງເຜົ່າ ແລະ ການບໍລິການອື່ນໆແກ່ນັກທ່ອງທ່ຽວ.
ແຕ່ນີ້ຮອດ 2015 ອົງການທ່ອງທ່ຽວແຫ່ງຊາດ ແລະ ພະແນກທ່ອງທ່ຽວແຂວງອຸດົມໄຊຈະພັດທະນາຕາດນ້ຳກັດໃຫ້ກາຍເປັນ 1 ໃນ 3 ຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໃນແຂວງ ອຸດົມໄຊ ໂດຍຈະສ້າງກິດຈະກຳການທ່ອງທ່ຽວແບບອະນຸລັກ ດ້ວຍການປະສານສົມທົບກັບພາກເອກະຊົນ ແລະ ປະຊາຊົນໃນທ້ອງຖິ່ນໃກ້ຄຽງພັດທະນາດ້ານການຕະຫລາດທີ່ເນັ້ນໃສ່ໂຄ ສະນາຕາດນ້ຳກັດ, ການພັດທະນາຕາດນ້ຳກັດຈະເປັນການອະນຸລັກເຂດອ່າງໂຕ່ງນ້ຳກັດ ເຊິ່ງເປັນແຫລ່ງຊັບພະຍາກອນອັນຕົ້ນຕໍຂອງການພັດທະນາການທ່ອງທ່ຽວ ໃນແຂວງອັນເປັນ ການປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມທຸກຍາກສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະແມ່ນຄອບຄົວທີ່ທຸກຍາກຢູ່ບ້ານແຟນໂດຍຈະສ້າງໃຫ້ປະຊາຊົນ ເຂົ້າຮ່ວມກິດຈະກຳການທ່ອງທ່ຽວ ແລະ ຄຸ້ມຄອງສະຖານທີ່ທ່ອງທ່ຽວໃຫ້ມີຄວາມຍືນຍົງ ແລະ ເປັນແຫລ່ງລາຍຮັບດ້ານການທ່ອງທ່ຽວຂອງແຂວງອຸດົມໄຊໃນອະນາຄົດ
4 . ວັດພະເຈົ້າສິງຄຳ

ความคิดเห็น
แสดงความคิดเห็น